ນະໂຍບາຍຄວາມເປັນສ່ວນຕົວ
ເພື່ອສະແດງເວັບໄຊນີ້ໃນອຸປະກອນຂອງທ່ານຢ່າງຖືກຕ້ອງ ພວກເຮົາໃຊ້ລາຍລະອຽດບຣາວເຊີຂອງທ່ານ. ສະເພາະຖ້າທ່ານຍອມຮັບການໃຊ້ຄຸກກີ້ຂອງພວກເຮົາເທົ່ານັ້ນ, ພວກເຮົາຈຶ່ງຈະວາງໄຟລ໌ຂໍ້ມູນຂະໜາດນ້ອຍໃສ່ອຸປະກອນຂອງທ່ານ ເຊິ່ງຊ່ວຍໃຫ້ພວກເຮົາຈື່ທີ່ຕັ້ງ, ການດຳເນີນການ ແລະ ຄວາມມັກຂອງທ່ານ ເພື່ອໃຫ້ພວກເຮົາສາມາດຍົກລະດັບປະສົບການຜູ້ໃຊ້ຂອງທ່ານ. ນອກເໜືອຈາກການໃຊ້ຂ້າງເທິງ, ພວກເຮົາຈະບໍ່ແບ່ງປັນຂໍ້ມູນຂອງທ່ານກັບພາກສ່ວນທີສາມ, ເວັ້ນເສຍຈາກວ່າກົດໝາຍກຳນົດໄວ້.
Bio‑Oil® / Bi-Oil® / Bioil®
Bio‑Oil ຄົ້ນຄວ້າວິໄຈ ແລະ ພັດທະນາຜະລິດຕະພັນບຳລຸງຜິວຈາກຜູ້ຊ່ຽວຊານສະເພາະ ໂດຍນໍາໃຊ້ນ້ຳມັນເພື່ອໃຫ້ໄດ້ປະສິດທິພາບຂອງຜະລິດຕະພັນທີ່ເໜືອກວ່າ. ຍີ່ຫໍ້ຮູ້ຈັກກັນດີໃນຊື່ວ່າ Bio‑Oil® ຢູ່ໃນທຸກປະເທດ ນອກເໜືອຈາກປະເທດອອສເຕຣຍ, ສາທາລະນະລັດເຊັກ, ຝຣັ່ງ, ເຢຍລະມັນ, ສໂລວາເກຍ ແລະ ສວິດເຊີແລນ ທີ່ໃຊ້ຊື່ວ່າ Bi-Oil® ແລະ ໃນປະເທດຍີ່ປຸ່ນທີ່ໃຊ້ຊື່ວ່າ Bioil®.
ກ່ຽວກັບ
ໃນປີ 1987 Bio‑Oil ໄດ້ລິເລີ່ມນຳໃຊ້ນ້ຳມັນເພື່ອຊ່ວຍປັບປຸງສະພາບຮອຍແຜເປັນ ແລະ ຮອບແຕກລາຍໃຫ້ດີຂຶ້ນ. ໃນເວລານັ້ນເກືອບທຸກຜະລິດຕະພັນເທິງຊັ້ນວາງນັ້ນເປັນຄີມ ຫຼື ບໍ່ກໍເປັນໂລຊັ່ນ ແລະ ຜະລິດຕະພັນດັ່ງກ່າວກໍໄດ້ພົບກັບຄວາມສົງໄສຫຼາຍ. ໃນມື້ນີ້ຜະລິດຕະພັນນັ້ນເປັນຜະລິດຕະພັນຫຼຸດເລືອນຮອຍແຜເປັນ ແລະ ຮອຍແຕກລາຍຊັ້ນນຳຂອງໂລກ. ໃນປີ 2010 Bio‑Oil ໄດ້ຈັດຕັ້ງຫ້ອງທົດລອງໂດຍຜູ້ຊ່ຽວຊານສະເພາະ ເພື່ອເຮັດການຄົ້ນຄວ້າວິໄຈຫາວິທີການທີ່ສາມາດນຳໃຊ້ນ້ຳມັນເພື່ອປິ່ນປົວບັນຫາຜິວອື່ນໆ. ໃນປີ 2018 ໄດ້ເປີດຕົວເຈລປະສົມນ້ຳມັນສຳລັບຜິວແຫ້ງ ແລະ ໃນປີ 2020 ໄດ້ເປີດຕົວຜະລິດຕະພັນຫຼຸດຮອຍແຜເປັນ ແລະ ຮອຍແຕກລາຍທີ່ເຮັດດ້ວຍນ້ຳມັນທຳມະຊາດ 100%. ໃນປີ 2021, ມີການນໍາໂລຊັນທາຮ່າງກາຍທີ່ມີນໍ້າມັນສູງເຂົ້າສູ່ຕະຫຼາດ. Bio‑Oil ມຸ່ງເນັ້ນໃສ່ການຄົ້ນຄວ້າວິໄຈໂດຍສະເພາະ, ດ້ວຍການຂາຍ ແລະ ການຈັດຈຳໜ່າຍຜະລິດຕະພັນທີ່ໄດ້ຮັບອະນຸຍາດໄປສູ່ບັນດາບໍລິສັດຜະລິດຕະພັນບຳລຸງຜິວຊັ້ນນຳທົ່ວໂລກ. ສຳລັບຂໍ້ມູນກ່ຽວກັບຜະລິດຕະພັນ Bio‑Oil, ກະລຸນາເຂົ້າໄປທີ່ຮ້ານຂາຍຢາໃນທ້ອງຖິ່ນຂອງທ່ານ.
ຮອຍແຜເປັນ ແລະ ຮອຍແຕກລາຍ
ນ້ຳມັນມີຄວາມສາມາດໂດດເດັ່ນພິເສດໃນການຟື້ນຟູຜິວໃຫ້ດີຂຶ້ນ. ບໍ່ເຂົ້າໃຈວິທີການ ແລະ ເຫດຜົນຢ່າງສົມບູນ ເນື່ອງຈາກຜົນປະໂຫຍດຂອງນ້ຳມັນເປັນທີ່ຮູ້ຈັກກັນໂດຍທົ່ວໄປຜ່ານການບອກເລົ່າເທົ່ານັ້ນ. Bio‑Oil® Skincare Oil ເປັນຜະລິດຕະພັນນໍ້າມັນທຳອິດທີ່ສົ່ງໄປເຮັດການທົດລອງທາງຄລີນິກ ແລະ ພິສູດໄດ້ວ່າສາມາດເຮັດໃຫ້ສະພາບຮອຍແຜເປັນ ແລະ ຮອຍແຕກລາຍດີຂຶ້ນໄດ້. ມັນເປັນຄວາມສຳເລັດຂອງການທົດລອງເຫຼົ່ານີ້ ທີ່ເຮັດໃຫ້ທ່ານໝໍ ແລະ ເພສັດຊະກອນໃນທົ່ວໂລກເລີ່ມແນະນຳຜະລິດຕະພັນດັ່ງກ່າວ. ໃນມື້ນີ້ Bio‑Oil® Skincare Oil ເປັນຜະລິດຕະພັນຫຼຸດເລືອນຮອຍແຜເປັນ ແລະ ຮອຍແຕກລາຍຊັ້ນນຳຂອງໂລກທີ່ໄດ້ຮັບລາງການບຳລຸງຜິວຫຼາຍກວ່າ 400 ລາງວັນໃຫ້ແກ່ຊື່ຂອງມັນ. ຂໍ້ມູນຜະລິດຕະພັນ

ຜິວແຫ້ງ
ວິທີທີ່ດີທີ່ສຸດໃນການແກ້ໄຂບັນຫາຜິວແຫ້ງຄືການມີຊັ້ນປິດກັ້ນເທິງຜິວໜັງທີ່ກັນບໍ່ໃຫ້ຄວາມຊຸ່ມຊື່ນຫຼຸດອອກໄປ. ຜະລິດຕະພັນບຳລຸງຜິວແຫ້ງແບບເດີມ (ຄີມ, ໂລຊັ່ນ ແລະ ນ້ຳມັນເບີ) ປະກອບມີນ້ຳມັນ, ໄຂ ຫຼື ນ້ຳມັນເບີໂດຍສະເລ່ຍ 20% ເພື່ອຈຸດປະສົງນີ້. Bio‑Oil® Dry Skin Gel ປະກອບມີ 84%. Bio‑Oil® Dry Skin Gel ເລີ່ມຈຳໜ່າຍທົ່ວໂລກໃນປີ 2018. ຂໍ້ມູນຜະລິດຕະພັນ

ຮອຍແຜເປັນ ແລະ ຮອຍແຕກລາຍ (ເກີດຂຶ້ນຕາມທຳມະຊາດ)
ດ້ວຍຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນສຳລັບຜະລິດຕະພັນທີ່ເຮັດມາຈາກສ່ວນປະກອບທຳມະຊາດ, Bio‑Oil ຈິ່ງໄດ້ພັດທະນາຜະລິດຕະພັນລຶບຮອຍແຜເປັນ ແລະ ຮອຍແຕກລາຍໂດຍໃຊ້ນ້ຳມັນຈາກທຳມະຊາດເທົ່ານັ້ນ. ຜົນການທົດລອງທາງຄລີນິກສະແດງໃຫ້ເຫັນວ່າ ຜະລິດຕະພັນດັ່ງກ່າວມີປະສິດທິພາບທຽບເທົ່າກັບຜະລິດຕະພັນລຶບຮອຍແຜເປັນ ແລະ ຮອຍແຕກລາຍເດີມຂອງ Bio‑Oil, ເຊິ່ງເປັນຄັ້ງທຳອິດທີ່ຜະລິດຕະພັນຈາກທຳມະຊາດໄດ້ຮັບການພິສູດແລ້ວວ່າມີປະສິດທິພາບທຽບເທົ່າຜະລິດຕະພັນຊັ້ນນຳປະເພດຕ່າງໆ. Bio‑Oil® Skincare Oil (Natural) ເລີ່ມວາງຈຳໜ່າຍທົ່ວໂລກໃນປີ 2020. ຂໍ້ມູນຜະລິດຕະພັນ

ການບຳລຸງຄວາມຊຸ່ມຊື່ນຮ່າງກາຍ
ຄຣີມບຳລຸງຄວາມຊຸ່ມຊື່ນຮ່າງກາຍທີ່ດີຄວນດູດຊຶມໄດ້ທັນທີ ແລະ ບໍ່ປະຄາບໜຽວໄວ້, ເຊິ່ງເຮັດໃຫ້ສາມາດສວມໃສ່ເສື້ອຜ້າໄດ້ທັນທີ. ໂດຍທາງເຕັກນິກແລ້ວເປັນສິ່ງນີ້ຫຍຸ້ງຍາກຫຼາຍ ເພາະວ່າການໃຫ້ຄວາມຊຸ່ມຊື່ນຈຳເປັນຕ້ອງປະຊັ້ນນໍ້າມັນເຄືອບເທິງຜິວໜັງໄວ້ ເພື່ອຊ່ວຍຮັກສາຄວາມຊຸ່ມຊື່ນ. Bio‑Oil® Body Lotion ຖືກຄິດສູດອອກມາໂດຍໃຊ້ເຕັກໂນໂລຊີບຸກເບີກທີ່ສັ່ນກ່ອນໃຊ້ຂອງ Bio‑Oil ເຊິ່ງເຮັດໃຫ້ໂລຊັນມີປະລິມານນໍ້າມັນສູງ ແລະ ເບົາເປັນພິເສດ. Bio‑Oil® Body Lotion ເລີ່ມວາງຈຳໜ່າຍທົ່ວໂລກໃນປີ 2021. ຂໍ້ມູນຜະລິດຕະພັນ
